





















ໃນວັນທີ 28 ພຶດສະພາ 2025 ທີ່ຜ່ານມາ ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານກວດສອບ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນ ໃຫ້ນັກສຳມະນາກອນທີ່ໄດ້ຜ່ານການຝຶກອົບຮົມ ຫລັກສູດນັກກວດສອບ ຂັ້ນ 1 ຂອງອົງການກວດສອບແຫ່ງລັດ ພາຍໃຕ້ການເປັນປະທານຂອງທ່ານ ຕ້ອຍ ພົນທິລາດ ຮອງປະທານ ອົງການກວດສອບແຫ່ງລັດ ພ້ອມກັນນັ້ນ ກໍ່ມີບັນດາ ຄະນະກົມ, ຄະນະພະແນກ ແລະ ວິຊາການກໍ່ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີມອບ-ຮັບໃບຢັ້ງຢືນ ທ່ານ ຕ້ອຍ ພົນທິລາດ ກໍ່ໄດ້ມີຄຳເຫັນໂອ້ລົມຕໍ່ພິທີດັ່ງກ່າວວ່າ: ມື້ນີ້ຂ້າພະເຈົ້າຮູ້ສຶກເປັນກຽດ ແລະ ພາກພູມໃຈ ເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າຄະນະພັກ, ຄະນະນຳ ອົງການກວດສອບແຫ່ງລັດ ເປັນປະທານ ໃນພິທີມອບໃບຢັ້ງຢືນ ແລະ ປິດຊຸດຝຶກອົບຮົມໃນຄັ້ງນີ້ ເຊິ່ງຊຸດຝຶກອົບຮົມ ໄດ້ດຳເນີນສຳເລັດໄປແລ້ວ ແຕ່ວັນທີ 24 ມີນາ 2025 ເຊິ່ງໃຊ້ເວລາ 36 ວັນ.
ພິທີຄັ້ງນີ້ ເປັນຂີດໝາຍສຳຄັນທີ່ສະແດງເຖິງຄວາມສຳເລັດຂອງບັນດາທ່ານນັກສຳມະນາກອນ ທີ່ໄດ້ອຸທິດຕົນເອງໃນການຮຽນຮູ້ ແລະ ພັດທະນາຄວາມສາມາດ ເພື່ອກາຍເປັນນັກກວດສອບມືອາຊີບທີ່ມີຄຸນນະພາບສູງ. ໃນໄລຍະເວລາການຝຶກອົບຮົມ, ບັນດາທ່ານໄດ້ຮັບການຖ່າຍທອດຄວາມຮູ້ທາງດ້ານທິດສະດີ ແລະ ປະສົບການພາກປະຕິບັດຕົວຈິງຈາກທີມນັກວິທະຍາກອນທີ່ມີຄວາມຊຳນານ. ຫຼັງຈາກການຝຶກອົບຮົມ, ບັນດາທ່ານໄດ້ຜ່ານການສອບເສັງທີ່ເຄັ່ງຄັດ, ແລະ ຂ້າພະເຈົ້າຍິນດີທີ່ຈະແຈ້ງໃຫ້ຊາບວ່າ ນັກສຳມະນາກອນທຸກທ່ານໄດ້ສອບເສັງຜ່ານ 100%. ນີ້ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈ, ຄວາມມານະພະຍາຍາມ, ແລະ ຄວາມຫ້າວຫັນດຸໜັ່ນຂອງບັນດາທ່ານໃນການຮຽນຮູ້ ແລະ ຄົ້ນຄວ້າ.
ເຖິງຢ່າງໃດກໍຕາມ, ການຜ່ານການສອບເສັງທາງທິດສະດີແມ່ນພຽງແຕ່ຂັ້ນຕອນທຳອິດ. ບັນດາທ່ານຍັງຈະຕ້ອງໄດ້ຜ່ານການປະເມີນຜົນໃນການລົງກວດສອບພາກສະໜາມຕົວຈິງ, ເຊິ່ງເປັນສ່ວນສຳຄັນທີ່ຈະພິສູດຄວາມສາມາດຂອງທ່ານ ໃນການນຳໃຊ້ຄວາມຮູ້ທີ່ໄດ້ຮຽນມາປະຕິບັດຢ່າງມີປະສິດທິພາບ. ການປະເມີນຜົນໃນພາກສະໜາມນີ້ ຈະເປັນໂອກາດໃຫ້ບັນດາທ່ານສະແດງໃຫ້ເຫັນຄວາມສາມາດໃນການວິເຄາະ, ແກ້ໄຂບັນຫາ, ແລະ ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບ ແລະ ຈັນຍາບັນຂອງນັກກວດສອບມືອາຊີບ.