ພິທີມອບ-ຮັບໃບຢັ້ງຢືນນັກກວດສອບຂັ້ນ 1 ຊຸດທີ 6 ປະຈຳປີ 2025

Categories:

ໃນວັນທີ 28 ພຶດສະພາ 2025 ທີ່ຜ່ານມາ ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານກວດສອບ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນ ໃຫ້ນັກສຳມະນາກອນທີ່ໄດ້ຜ່ານການຝຶກອົບຮົມ ຫລັກສູດນັກກວດສອບ ຂັ້ນ 1 ຂອງອົງການກວດສອບແຫ່ງລັດ ພາຍໃຕ້ການເປັນປະທານຂອງທ່ານ ຕ້ອຍ ພົນທິລາດ ຮອງປະທານ ອົງການກວດສອບແຫ່ງລັດ ພ້ອມກັນນັ້ນ ກໍ່ມີບັນດາ ຄະນະກົມ, ຄະນະພະແນກ ແລະ ວິຊາການກໍ່ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີມອບ-ຮັບໃບຢັ້ງຢືນ ທ່ານ ຕ້ອຍ ພົນທິລາດ ກໍ່ໄດ້ມີຄຳເຫັນໂອ້ລົມຕໍ່ພິທີດັ່ງກ່າວວ່າ: ມື້­ນີ້​ຂ້າ­ພະ­ເຈົ້າ​ຮູ້­ສຶກ​ເປັນ​ກຽດ ແລະ ພາກ­ພູມ​ໃຈ ເປັນ​ຢ່າງ​ຍິ່ງ ທີ່​ໄດ້​ຕາງ­ໜ້າ​ຄະ­ນະ​ພັກ, ຄະ­ນະ​ນຳ ອົງ­ການ​ກວດ​ສອບ​ແຫ່ງ​ລັດ ເປັນ​ປະ­ທານ ໃນ​ພິ­ທີ​ມອບ​ໃບ­ຢັ້ງ­ຢືນ ແລະ ປິດ​ຊຸດ​ຝຶກ​ອົບ­ຮົມ​ໃນ​ຄັ້ງ​ນີ້ ເຊິ່ງ​ຊຸດ​ຝຶກ​ອົບ­ຮົມ ໄດ້​ດຳ­ເນີນ​ສຳ­ເລັດ​ໄປ​ແລ້ວ ແຕ່​ວັນ​ທີ 24 ມີ​ນາ 2025 ເຊິ່ງ​ໃຊ້​ເວ­ລາ 36 ວັນ.

ພິທີຄັ້ງນີ້ ເປັນຂີດໝາຍສຳຄັນທີ່ສະແດງເຖິງຄວາມສຳເລັດຂອງບັນດາທ່ານນັກສຳມະນາກອນ ທີ່ໄດ້ອຸທິດຕົນເອງໃນການຮຽນຮູ້ ແລະ ພັດທະນາຄວາມສາມາດ ເພື່ອກາຍເປັນນັກກວດສອບມືອາຊີບທີ່ມີຄຸນນະພາບສູງ. ໃນໄລຍະເວລາການຝຶກອົບຮົມ, ບັນດາທ່ານໄດ້ຮັບການຖ່າຍທອດຄວາມຮູ້ທາງດ້ານທິດສະດີ ແລະ ປະສົບການພາກປະຕິບັດຕົວຈິງຈາກທີມນັກວິທະຍາກອນທີ່ມີຄວາມຊຳນານ. ຫຼັງຈາກການຝຶກອົບຮົມ, ບັນດາທ່ານໄດ້ຜ່ານການສອບເສັງທີ່ເຄັ່ງຄັດ, ແລະ ຂ້າພະເຈົ້າຍິນດີທີ່ຈະແຈ້ງໃຫ້ຊາບວ່າ ນັກສຳມະນາກອນທຸກທ່ານໄດ້ສອບເສັງຜ່ານ 100%. ນີ້ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈ, ຄວາມມານະພະຍາຍາມ, ແລະ ຄວາມຫ້າວຫັນດຸໜັ່ນຂອງບັນດາທ່ານໃນການຮຽນຮູ້ ແລະ ຄົ້ນຄວ້າ.

ເຖິງຢ່າງໃດກໍຕາມ, ການຜ່ານການສອບເສັງທາງທິດສະດີແມ່ນພຽງແຕ່ຂັ້ນຕອນທຳອິດ. ບັນດາທ່ານຍັງຈະຕ້ອງໄດ້ຜ່ານການປະເມີນຜົນໃນການລົງກວດສອບພາກສະໜາມຕົວຈິງ, ເຊິ່ງເປັນສ່ວນສຳຄັນທີ່ຈະພິສູດຄວາມສາມາດຂອງທ່ານ ໃນການນຳໃຊ້ຄວາມຮູ້ທີ່ໄດ້ຮຽນມາປະຕິບັດຢ່າງມີປະສິດທິພາບ. ການປະເມີນຜົນໃນພາກສະໜາມນີ້ ຈະເປັນໂອກາດໃຫ້ບັນດາທ່ານສະແດງໃຫ້ເຫັນຄວາມສາມາດໃນການວິເຄາະ, ແກ້ໄຂບັນຫາ, ແລະ ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບ ແລະ ຈັນຍາບັນຂອງນັກກວດສອບມືອາຊີບ.

Leave a Reply

Your email address will not be published. Required fields are marked *